ສຳລັບຜູ້ສະໝັກວຽກ

ຂັ້ນຕອນການສະໝັກວຽກ

  1. ຂຽນໃບສະໝັກ ແລະ ສຳພາດເບື້ອງຕົ້ນຢູ່ KPS
  2. ພິຈາລະນາຄຸນສົມບັດໃຫ້ສອດຄ່ອງກັບຄວາມຕ້ອງການຂອງລູກຄ້າ
  3. ສົ່ງເອກະສານຂອງທ່ານໄປຫາບໍລິສັດລູກຄ້າ
  4. ຫາກໃບສະໝັກຜ່ານການພິຈາລະນາ ແມ່ນຈະນັດສຳພາດອີກຄັ້ງ
  5. ຫຼັງຈາກການສຳພາດ ຫາກທັງສອງຝ່າຍຕົກລົງກັນໄດ້ ຖືວ່າສິ້ນສຸດການສະໝັກວຽກ
  6. ກໍລະນີທັງສອງຝ່າຍຕົກລົງກັນບໍ່ໄດ້ ພວກເຮົາຈະແນະນຳວຽກອື່ນໃຫ້ທ່ານຕໍ່ໄປ

ເອກະສານທີ່ໃຊ້ໃນການສະໝັກວຽກ

  1. ຊີວະປະຫວັດ (Resume)
  2. ສຳເນົາໃບປະກາດສະນີຍະບັດ
  3. ສຳເນົາໃບຄະແນນ
  4. ສຳເນົາຜົນການສອບເສັງວັດລະດັບພາສາ ( ອັງກິດ TOEIC/IELTS, ຍີ່ປຸ່ນ JLPT, ຈີນ HSK ) ຖ້າມີ
  5. ສຳເນົາບັດປະຈຳຕົວ
  6. ສຳເນົາສຳມະໂນຄົວ
  7. ສຳເນົາໃບແຈ້ງໂທດ
  8. ສຳເນົາໃບຜ່ານງານ (ຖ້າມີ)
  9. ສຳເນົາໃບໂອນເງິນເດືອນລ່າສຸດ (ຖ້າມີ)
  10. ຮູບຕິດບັດ 1ໃບ
  11. ເອກະສານອື່ນໆທີ່ໃຊ້ໃນການສະໝັກວຽກ

ເອກະສານທີ່
ໃຊ້ໃນການສະໝັກວຽກ

ຕິດຕໍ່ເຮົາ

ບໍລິສັດ ເຄພີ ບໍລິການ ແລະ ພັດທະນາສີມືແຮງງານຈໍາກັດ

ຖະໜົນໂພນພະເນົາ-ໂພນຕ້ອງ, ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປລາວ
ໂທ : +856-21-418-073, +856-21-418-074

Email:Info@kpslao.com
Facebook: @kp.service.labour  · Company