ພວກເຮົາເປັນຜູ້ຊ່ຽວຊານໃນການຊອກຫາແລະສະໜອງພະນັກງານສັນຍາຈ້າງແບບທັງຊົ່ວຄາວ ແລະ ແບບປະຈຳ. ແຕ່ປີ 2012 ຫາປີ 2016 ພວກເຮົາໄດ້ສະໜອງ ພະນັກງານຫຼາຍກວ່າ 6,000 ຄົນໃຫ້ແກ່ລູກຄ້າຂອງພວກເຮົາໃນທົ່ວອຸດສາຫະກຳທີ່ກວ້າງຂວາງທັງນະຄອນຫຼວງວຽງຈັນ ແລະ ສະຫວັນນະເຂດ.
ພວກເຮົາສະໜອງ ການບໍລິການຮັບສະໝັກ ພະນັກງານຕັ້ງແຕ່ຜູ້ອອກແຮງງານທີ່ມີທັກສະຕ່ຳ ຫາສູງເພື່ອຕອບສະໜອງ ຕາມຄວາມຕ້ອງການຂອງລູກຄ້າ.
ພວກເຮົາມີທີມງານຮັບສະໝັກ ທີ່ມີປະສົບການ ສໍາລັບການບໍລິການຮັບສະໝັກ ເຊິ່ງທີມງານພວກເຮົາຈະຊ່ວຍທ່ານເລືອກເອົາພະນັກງານທີ່ດີທີ່ສຸດເພື່ອເຂົ້າເຮັດວຽກໃນອົງກອນຂອງທ່ານ
ພວກເຮົາຮັບສະໝັກ, ຝຶກອົບຮົມ ແລະ ສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ທີ່ໄດ້ເຊັນສັນຍາ MOU ກັບລັດຖະບານລາວເປັນທີ່ຮຽບຮ້ອຍແລ້ວ ພວກເຮົາໄດ້ເພີ່ມຈໍານວນການສົ່ງແຮງງານໄປເຮັດວຽກຢູ່ປະເທດໄທແລະຍີ່ປຸ່ນເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການໃນຂອບຂອງ MOU.
ພວກເຮົາໃຫ້ບໍລິການໃບອະນຸຍາດເຮັດວຽກແລະວີຊ່າໃຫ້ຄົນຕ່າງປະເທດທີ່ເຮັດວຽກຢູ່ ສປປລາວ
ພວກເຮົາຮ່ວມມືກັບບໍລິສັດ PacRim ຈຳກັດ (ສູນຝຶກອົບຮົມໃນປະເທດໄທ) ເພື່ອສະ ໜອງການບໍລິການການຝຶກອົບຮົມໃນສປປລາວ.
ຫຼັກສູດຂອງພວກເຮົາເນັ້ນໃສ່ການສ້າງບຸກຄະລິກກະພາບພາຍໃນ ແລະ ການເຮັດວຽກເປັນທີມ.
ພວກເຮົາໃຫ້ບໍລິການທຳຄວາມສະອາດທົ່ວໄປ ຮັບເໝົາທຳຄວາມສະອາດ ບໍລິການແມ່ບ້ານປະຈຳ ບໍລິການທຳຄວາມສະອາດກ່ອນສົ່ງມອບວຽກຫຼັງການກໍ່ສ້າງ ຫຼື ການຕົກແຕ່ງ
ພວກເຮົາໃຫ້ບໍລິການຄົນຂັບລົດມືອາຊີບປະຈຳຫ້ອງການ ໂດຍຜ່ານການຝຶກອົບຮົມທີ່ໄດ້ມາດຕະຖານ
ທີ່ຕັ້ງຫ້ອງການນະຄອນຫລວງວຽງຈັນ
ຖະໜົນໂພນພະເນົາ-ໂພນຕ້ອງ, ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ,
ນະຄອນຫຼວງວຽງຈັນ, ສປປລາວ
Phontong-Phonphanao Rd,Phonphanao Village, Saysettha District,
Vientiane Capital,Lao PDR
ໂທ : +856 21 418 073
+856 20 59 068 775 (ພາສາລາວ)
+856 20 55 302 996 (日本語)
Email:[email protected]
ທີ່ຕັ້ງຫ້ອງການສະຫວັນນະເຂດ
ຖະໜົນເລກທີ 9, ບ້ານ ອຸດົມວິໄລ, ນະຄອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດ, ສປປລາວ
+856 21 418 073
+856 21 418 074