ບໍລິສັດ ເຄພີ ບໍລິການ ແລະ ພັດທະນາສີມືແຮງງານຈໍາກັດ ເປັນບໍລິສັດຈັດຫາງານ ທີ່ໄດ້ຮັບອະນຸຍາດຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນການດຳເນີນທຸລະກິດ ບໍລິການຈັດຫາງານຢູ່ພາຍໃນ ເລີ່ມແຕ່ປີ 2012 ແລະ ໄດ້ຮັບອະນຸຍາດໃນການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດນັບຕັ້ງແຕ່ປີ 2015 ເປັນຕົ້ນມາ
ບໍລິສັດຂອງພວກເຮົາເປັນຜູ້ນໍາດ້ານການໃຫ້ບໍລິການສັນຫາບຸກຄະລາກອນທີ່ມີຄຸນນະພາບ ແລະ ການບໍລິການພະນັກງານສັນຍາຈ້າງ (sub contract ) ໂດຍການສະໜອງແຮງງານທີ່ມີວິຊາຊີບ ແລະ ແຮງງານທີ່ບໍ່ມີວິຊາຊີບ ຫຼາຍກວ່າ 6,000 ຄົນ (2012-2015) ໃຫ້ແກ່ໂຮງງານແລະບໍລິສັດຕ່າງໆ ຢູ່ນະຄອນຫຼວງວຽງຈັນ ແລະ ສະຫວັນນະເຂດ
ບໍລິສັດຂອງພວກເຮົາຍັງໄດ້ຮ່ວມມືກັບບໍລິສັດ ເຄພີ ທີ່ປຶກສາ ແລະ ຈັດຫາງານຈຳກັດຜູ້ດຽວ ເຊິ່ງຕັ້ງຢູ່ເຂດເສດຖະກິດພິເສດ ສະຫວັນ ເຊໂນ ສຳລັບບໍລິການໃຫ້ແກ່ລູກຄ້າທີ່ຢູ່ໃນເຂດເສດຖະກິດພິເສດ ເພື່ອຄວາມສະດວກ ແລະ ການບໍລິການທີ່ມີຄຸນນະພາບ ທັນຕາມຄວາມຕ້ອງການຂອງລູກຄ້າ
ບໍລິສັດເຮົາພ້ອມຈະພັດທະນາການສັນຫາ, ການໃຫ້ບໍລິການ ແລະ ຝຶກອົບຮົມພັດທະນາສີມືແຮງງານໃຫ້ແກ່ລູກຄ້າ ເພື່ອຊ່ວຍສະໜັບສະໜູນການຜະລິດສິນຄ້າ ການພັດທະນາການຜະລິດ ລວມເຖິງການເພີ່ມຜົນການຜະລິດຂອງລູກຄ້າຢ່າງເຕັມທີ່.
ຈະເປັນບໍລິສັດຊັ້ນນຳຂອງສປປລາວ ໃນການຮັບສະໝັກພະນັກງານທີ່ມີຄຸນນະພາບ ທັງພາຍໃນແລະຕ່າງປະເທດ ເຊິ່ງກວມເອົາຫຼາຍໆດ້ານ ດ້ວຍມາດຕະຖານສາກົນ
ພວກເຮົາຈະໃຫ້ບໍລິການລູກຄ້າດ້ວຍຄວາມຈິງໃຈ ໂປ່ງໃສ ແລະ ຊື່ສັດ ເພື່ອຕອບສະໜອງຄວາມພໍໃຈຂອງລູກຄ້າສູງສຸດ ດ້ວຍການບໍລິການມາດຕະຖານ
ເຮົາຈະເບິ່ງແຍງແຮງງານຄືກັບສະມາຊິກໃນຄອບຄົວ ເພື່ອໃຫ້ແຮງງານມີຄຸນນະພາບຊີວິດທີ່ດີ
ພວກເຮົາຈະເຮັດທຸລະກິດກັບຫຸ້ນສ່ວນຂອງພວກເຮົາຕາມມາດຕະຖານສາກົນບົນພື້ນຖານຄວາມໂປ່ງໃສ ຊື່ສັດ ແລະ ບໍ່ລະເມີດກົດໝາຍທ້ອງຖິ່ນ
ພວກເຮົາຈະສ້າງພະນັກງານທີ່ມີຄຸນນະພາບ ແລະ ມີຄຸນນະທຳ
ພວກເຮົາລ້ວນແຕ່ແມ່ນອົງປະກອບທີ່ສຳຄັນໃນການສ້າງບໍລິສັດທີ່ໄດ້ມາດຕະຖານ ແລະ ກ້າວຫນ້າ
ຊື່ບໍລິສັດ
ປີທີ່ສັ້າງຕັ້ງບໍລິສັດ
ສ້າງຕັ້ງຂື້ນໃນປີ 2015
ປະທານ
ທ່ານເຂັມຊາດ ພິລາພັນເດຊ
ອຳນວຍການ
ອຳນວຍການບໍລິຫານ
ທ່ານ ນ ໂພເພັດ ພິລາພັນເດຊ
ທີ່ຕັ້ງຫ້ອງການວຽງຈັນ
ຖະໜົນໂພນພະເນົາ-ໂພນຕ້ອງ, ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປລາວ
ທີ່ຕັ້ງຫ້ອງການສະຫວັນນະເຂດ
ຖະໜົນເລກທີ 9, ບ້ານ ອຸດົມວິໄລ, ນະຄອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດ, ສປປລາວ

KP CO.,LTD

K.P-NISSIEI-MIZUKI CO.,LTD

PP CO.,LTD

LAO TOYOTA SERVICE CO.,LTD

KP BEAU LAO

KPTL AUTO CO.,LTD

KP 3G & NOMURA TRADING CO.,LTD

LOGITEM LAOS GLKP CO.,LTD

KSP TRADING CO.,LTD

LAO STANLEY CO.,LTD

K.P LOGISTICS CO.,LTD

KSV TRADING CO.,LTD
ທີ່ຕັ້ງຫ້ອງການນະຄອນຫລວງວຽງຈັນ
ຖະໜົນໂພນພະເນົາ-ໂພນຕ້ອງ, ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ,
ນະຄອນຫຼວງວຽງຈັນ, ສປປລາວ
Phontong-Phonphanao Rd,Phonphanao Village, Saysettha District,
Vientiane Capital,Lao PDR
ໂທ : +856 21 418 073
+856 20 59 068 775 (ພາສາລາວ)
+856 20 55 302 996 (日本語)
Email:[email protected]
ທີ່ຕັ້ງຫ້ອງການສະຫວັນນະເຂດ
ຖະໜົນເລກທີ 9, ບ້ານ ອຸດົມວິໄລ, ນະຄອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດ, ສປປລາວ
+856 21 418 073
+856 21 418 074